ລາວພວນ ອີສານ ລ້ານຊ້າງ ສອງຝັ່ງຂອງ
ການໃຊ້ຊີວິດຄົນດຽວມາດົນ ມັນເຮັດໃຫ້ຂ້ອຍເກືອບລືມຄວາມຮູ້ສຶກອິຫຍັງບາງຢາງໄປ

ແຕ່ໜ້າຫນາວປີນີ້ ກຼັບເຮັດໃຫ້ຂ້ອຍຮູ້ສຶກແປກໆ
ໃຈເຕັ້ນບໍ່ເປັນຈັງຫວະ ດົນເທົ່າໃດນໍ້ ທີ່ບໍ່ເຄີຍເປັນແນວນີ້

ເຂາເປັນໃຜ? ເປັນຫຍັງຄືຫນ້າຮັກແທ້….
ຫລັງຈາກມື້ນັ້ນ
ເຮົາພໍ້ກັນອີກເທື່ອແລ້ວ ເທື່ອເລົ່າ ຈົນຄວາມຮູ້ສຶກດີໆ ພອກພູນເຄືອບເສັ້ນເລືອດລໍ່ລ້ຽງຫົວໃຈຈົນມິດ
ເຮົາຄົບກັນດີບໍ່? ເຂາຖາມຂ້ອຍ… ຂ້ອຍສົ່ງຮອຍຍິ້ມແທນຄຳຕອບ (ແອບພາວະນາຂໍຢ່າໃຫ້ເປັນພຽງຝັນ)

ເຮົາເລີ່ມໄດ້ຮຽນຮູ້ກັນແລະກັນ
ເຂົາມັກເບີ່ງໝາກບານ…ຂ້ອຍມັກເບີ່ງຂ່າວ
ເຂົາມັກຟັງເພງ….ຂ້ອຍມັກອ່ານປຶ້ມ
ເຂົາມັກກິນຊູຊິ…ຂ້ອຍມັກກິນໝີ່
ເຂົາມັກຫຼິ້ນເກມສ໌….ຂ້ອຍມັກແຕັ້ມຮູບ
ເຮົາມັກຕ່າງກັນ ແຕ່ ເຮົາກໍ່ເຂົ້າໃຈກັນແລະກັນ

ຈົນຮອດມື້ໜຶ່ງ…ຂ້ອຍພ້ອມທີ່ຈະບອກຄວາມລັບກັບເຂົາບາງຢ່າງ
ພ້ອມຈະຟັງແລ້ວແມ່ນບໍ່? ເຂົາແອບອົມຍິ້ມ

ຂ້ອຍຮັກເຈົ້າເດີ້ …. ຕະຫຼອດທີ່ຄົບກັນ ຂ້ອຍມີຄວາມສຸຂຫຼາຍ
ຫຼາຍຈົນບໍ່ຄິດວ່າ ” ຜູ້ຊາຍ ” ຄົນໃດ໋ຈະມີຄວາມສຸຂເທົ່າ
ຜູ້ຊາຍ!! ແມ່ນແລ້ວ….ຜູ້ຊາຍ ເຈົ້າຟັງບໍ່ຜິດແລ້ວລ່ະ
ຂ້ອຍເປັນ…ຜູ້ຊາຍ

ເຂົາມິດ…..ຂ້ອຍກໍ່ມິດ
ຂ້ອຍເລີ່ມຍ່າງຫັນຫລັງ …. ຄ່ອຍໆ ຍ່າງຈາກໄປ ຈາກໄປ ແລະຈາກໄປ
ຂ້ອຍພໍທີ່ຈະເຂົ້າໃຈຄວາມຮູ້ສຶກຂອງເຂົາດີ

ຂໍໂທດເດີ້ … ຖ້າສິ່ງທີ່ຂ້ອຍເປັນ ມັນເຮັດໃຫ້ທຳລາຍຈິດໃຈຂອງເຈົ້າຫຼາຍຂະໜາດນີ້
ຂໍໂທດ … ທີ່ເຮັດໃຫ້ເຈົ້າຜິດຫວັງ ເສຍຄວາມຮູ້ສຶກ
ຂໍໂທດ … ທີ່ຂ້ອຍເປັນໃນສິ່ງທີ່ເຈົ້າຢາກໃຫ້ເປັນບໍ່ໄດ້
ເພາະວ່າເຮົາບໍ່ສາມາດປ່ຽນແປງຕົນເອງເພາະໃຜໄດ້ຕະຫຼອດ ຖ້າສິ່ງນັ້ນມັນບໍ່ແມ່ນເຣື້ອງຈິງ
ພຽງແຄ່ເຈົ້າເປີດໃຈ … ເຈົ້າກໍ່ຈະເຂົ້າໃຈ

ແຫ່ງເຮົາຮູ້ຈັກໃຜຜູ້ໜຶ່ງຫຼາຍຂຶ້ນເທົ່າໃດ໋ ເຮົາຍິ່ງຕ້ອງ “ ຍອມຮັບໃນສິ່ງທີ່ເຂົາເປັນ ” ຫຼາຍຂຶ້ນເທົ່ານັ້ນ
ລອງຖາມຫົວໃຈຕົນເອງເບີ່ງວ່າ… ເຮົາຮັກເຂົາເພາະອີຫຍັງ?
…….
ຮັກໃນສິ່ງທີ່ເຂົາເປັນ…ແລ້ວເຂົາກໍ່ຈະຮັກໃນສິ່ງທີ່ເຮົາເປັນເຊັ່ນກັນ
ຂໍຂອບໃຈ ແຫລ່ງທີ່ມາ : http://darkygirl.exteen.com
ໄປສະຫຼອງປີໃຫມ່ທີ່ພູເຮືອ ແຂວງເລີຍ ແລ້ວພໍດີຜ່ານວັດໜຶ່ງທີ່ມີສະຖາປັດຕະຍະກັມດ້ານຄວາມງາມ ສະດຸດໃຫ້ຂີ່ຣົດໄປຈອດແລ້ວກາບສະກາຣະ ຂ້າພະເຈົ້າກໍ່ເລີຍໄດ້ສ່ຽງດວງ ຊຽມຊີປາກົດວ່າໄດ້ໃບທີ່ສອງ ເນື້ອຫາເປັນດັງນີ້
ໃບທີ່ສອງຕ້ອງກັນເໝືອນຈັນສາຍ
ປຽບກັບຕົ້ນພຶກສາຄາທີ່ຕາຍ
ແລ້ວກັບກາຍໄດ້ເປັນເໝືອນເຊັ່ນເດີມ
ໄດ້ຜລິດອກອອກໃບສະໄຫວສະຫວ່າງ
ຕ້ອງນ້ຳຄ້າງລົມເຊີຍຣຳເພີຍເສີມ
ເໝືອນກະຈົກບານເກົ່າເມື່ອຄາວເດີມ
ຕ້ອງເພີ່ມເຕີມຂັດຖູຈຶງດູງາມ
ຈະທຳການສິ່ງໃດພ້ອມໃຈກັນ
ຈົງຜ່ອນຜັນຫາລືນັບຖືຖາມ
ຄົງສົມຈິດສົມປອງທຳນອງຄວາມ
ໃບນີ້ຖາມຄົນໄຂ້ວ່າໄດ້ຄຼາຍ
ຖາມລູກໜີ້ພວກພ້ອງວ່າຕ້ອງພົບ
ຖາມເຣື້ອງຄູ່ຮູ້ຈົບໄມ່ສົມໝາຍ
ຖາມຫາລາບວ່າດີພາທີທາຍ
ຈົບພິປາຍເລກສອງທຳນອງ ເອີຍຯ
ມັນດີທຸກຢ່າງ ຄືຈັ່ງຂອງເກົ່າມາແຕ້ມຂັດຖູໃຫ້ໃໝ່ຂຶ້ນ ເຣື້ອງການງານທີ່ເຮັດຈະປະສົບຄວາມສຳເລັດແນ່ນອນ ແຕ່ວ່າດ້ານຄວາມຮັກບໍ່ດີໃນປີນີ້
ຖ້າຄຳທຳນາຍນີ້ເປັນຈິງແທ້ ຂ້າພະເຈົ້າກໍ່ຈະໄປສ່ຽງທຳນາຍຊະຕາທີ່ວັດແຫ່ງນີ້ອີກຄັ້ງນຶ່ງໃນຕົ້ນປີ 2011
ພາສາອັງກິດ
Just like a dying tree in a dry land, suddenly refreshed and soaked ith rain, reviving back to life. Stengthening and brightening up required. In order to achieve common targets, compromise and discussions recommended. Patient recovering. Lost persons will be found. Mismatch is likely. A good luck coming your way.
ນັກຂຽນຊາວລາວໄດ້ຮັບລາງວັນວັນນະກັມສ້າງສັນຍອດນິຍົມອາຊຽນ ປະຈຳປີ 2008 ດ້ວຍບົດປະພັນປະເພດສັ້ນເຣື້ອງ “ສິ້ນໄໝຜືນເກົ່າ“.
ທ່ານຮຸ່ງອະລຸນ ແດນວິໄລ ໄດ້ຮັບລາງວັນວັນນະກັມຊີໄຣທ໌ 2008
ທ່ານ ຮຸ່ງອະລຸນແດນ ວິໄລ ນັກຂຽນຊາວລາວໄດ້ຮັບລາງວັນ ວັນນະກັມສ້າງສັນຍອດ ນິຍົມອາຊຽນ ຫລືລາງວັນນັກຂຽນ ຊີໄຣທ໌ປະຈຳປີ 2008 ດ້ວຍບົດປະພັນປະເພດສັ້ນເຣື້ອງ “ສິ້ນໄໝຜືນເກົ່າ“ ເປັນ ເຣື້ອງລາວ ທີ່ຕ້ອງການສື່ສານປຽບທຽບໃຫ້ຄົນລູ້ນຫລັງໄດ້ຮັບຮູ້ ແລະເຂົ້າໃຈວັດທະນະທັມປະເພນີການນຸ່ງຖືຂອງຄົນລາວທີ່ມີຄວາມສຳຄັນແລະສວຍງາມ ໂດຍຜູ້ຂຽນ ໄດ້ປຽບທຽບຜ່ານສິ້ນໄໝຜືນເກົ່າຂອງປູ່ຍ່າ ຕາຍາຍ ທີ່ຄົນ ລຸ້ນຫລັງ ຈະມອງຂ້າມ.
ທ່ານ ຮຸ່ງອະລຸນ ແດນ ວິ ໄລ ຫລື ໂອ ທອງ ຄຳ ອິນ ຊູ ຜູ້ ຂຽນ ບົດ ປະພັນ ນັ້ນ ກ່າວ ວ່າ:
ເປັນ ຫຍັງ ຂ້ອຍ ເລືອກ ສິ້ນ ໄໝຜືນ ເກົ່າ ເຂົ້າ ແຂ່ງຂັນ ຄື ຢາກ ໃຫ້ ເຣື້ອ ງ ວັດທະນະທຳ ໄດ້ ຮັບ ການ ເຜີຍ ແຜ່ ຫລາຍ ສິ່ງ ທີ່ ເນັ້ນ ແທ້ໆ ຢາກ ເວົ້າ ເຣື້ອງການ ນຸ່ງ ຖື ຂອງ ຄົນ ລາວ ພະຍາຍາມ ຢາກ ເນັ້ນ ເຣື້ອງນີ້ ເພາະວ່າ ເຫັນ ວ່າ ຖ້າ ປຽບທຽບ ໃສ່ ເມື່ອ ກ່ອນ ຫລາຍ ປີຜ່ານມາ ກັບ ດຽວນີ້ ຮູ້ສຶກ ວ່າ ໄວໜຸ່ມ ມີ ຄວາມ ສົນ ໃຈ ກັບສິ້ນລົດ ລົງ
ບົດ ປະພັນ ໃນ ປຶ້ມ ເຫລັ້ມນັ້ນ ປະກອບ ດ້ວຍ ເຣື້ອງສັ້ນ 10 ເຣື້ອງ ຊຶ່ງ ຜູ້ ຂຽນ ສະ ສົມ ມາ ຈາກ ປະສົບ ກາ ນ ຊີວິດ ຕົວ ຈິງ ໃນ ສັງຄົມ ກ່ຽວກັບ ການ ປະຕິ ບັດ ຮີດຄອງ ປະ ເພນີ ແລະ ການ ປ່ຽນ ແປງ ຕ່າງໆ ຂອງ ລາວ ຈາກ ອະດີດ ເຖິງ ປັດຈຸບັນ ທີ່ ຄົນ ລຸ້ນ ຫລັງ ກຳລັງ ຈະ ເບິ່ງ ຂ້າມ ໄປ. ເປັນ ບົດ ທີ່ ສະທ້ອນ ໃຫ້ ຄົນລຸ້ນຫລັງ ຮັບ ຮູ້ ແລະ ເຂົ້າ ໃຈ ແລ້ວ ຫັນ ກັບ ມາ ເບິ່ງ ວັດທະນະທຳ ອັນ ດີງາມ ຂອງ ລາວ ໃຫ້ ຫລາຍ ຂື້ນ. ມີ ຫລາຍເຣື້ອງ ທີ່ ສະທ້ອນ ເຖິງ ສະພາບ ຊີວິດ ຄວາມ ເປັນ ຢູ່ ຂອງ ຊາວ ລາວ ໃນ ປັດຈຸບັນ. ທ່ານ ກ່າວຕື່ມວ່າ:
“ຄວາມ ຈິງ ຢູ່ ໃນ ລວມ ເຫລັ້ມ ກໍ ມີ ຫລາຍ ຫົວ ຂໍ້ ທີ່ ບໍ່ກ່ຽວກັນ ໂດຍ ສະ ເພາະ ກ່ຽວກັບ ຢາສູບ ເຫລົ້າ ກ່ຽວກັບ ສິ້ນ ໄໝ ແລະ ກ່ຽວກັບ ເຫດການ ທີ່ ເກີດ ຂື້ນ ໃນ ສັງຄົມ ຮອດ ທາງ ເຣື້ອງ ການ ຕົວະ ຕົ້ມ ຫລອກ ລວງ ໃນ 10 ເຣື້ອງ ຢູ່ ໃນ ເຫລັ້ມ ກໍ ມີ ຫົວ ຂໍ້ ທີ່ ຫລາກ ຫລາຍ ໄປ.”
ທ່ານ ຮຸ່ງອະລຸນ ແດນ ວິ ໄລ ຮຽນຈົບ ປະລິນຍາຕຣີ ດ້ານ ວັນນະຄະດີ ແລະ ພາສາ ລາວ ຢູ່ ມະຫາວິທະຍາ ໄລ ແຫ່ງ ຊາດ ຂອງ ລາວ. ທ່ານ ໄດ້ ຂຽນ ບົດ ກະວີ ພື້ນບ້ານເຣື້ອງສັ້ນ ແລະ ນິທານ ພື້ນ ເມືອງ ສຳລັບ ເດັກນ້ອຍ ທີ່ ເຜີຍ ແພ່ ທາງໜັງສື ພິມ ແລະ ວາລະສານ ມາຕັ້ງ ແຕ່ ປີ 1985. ປັດຈຸບັນ ເປັນ ຜູ້ອຳນວຍການ ແລະ ບັນນາທິການ ວາລະສານ ວັນນະ ສິນ ຂອງ ກະຊວງ ຖະ ແຫລ ງຂ່າວ ແລະ ວັດ ຖະນະ ທຳ ຂອງ ລາວ
ຂໍຂອບໃຈແຫຼ່ງທີ່ມາ : http://www.rfa.org/lao/khaolao/general/Lao_wins_2008_SEA_Write_Award-09292008075101.html?textonly=1
ສິມີການຈ້າງນັກ Graffic ດັງຝີມືດີໆ ເປັນແສນເປັນລ້ານກໍ່ບໍ່ມີການເຮັດໄດ້

ສະບາຍດີທຸກທ່ານ
ຖ້າມື້ອື່ນຮ້ອນກວ່າມື້ນີ້ ເດືອນໜ້າຮ້ອນກວ່າເດືອນນີ້ ປີໜ້າຮ້ອນກວ່າປີນີ້
ຖ້າໂລກແມ່ນຄົນເວົ້າໄດ້ກໍ່ຄົງຈະເປັນໄຂ້ຕົວຮ້ອນ ຈັບສັ່ນຢູ່ໃນຂະນະນີ້
ແນະນຳໃຫ້ເຂົ້າໄປທີ່ http://flood.firetree.net/?ll=16.3412,97.3388&z=12&m=7
ແລ້ວກໍ່ເລືອກ sea level rise ລະດັບນ້ຳທະເລທີ່ສູງຂຶ້ນໄປເລື້ອຍໆ
ອັນນີ້ເປັນເວັບຈາກນາຊ່າ NASA USA

ປະເທດທີ່ຈະຖ້ວມກ່ອນໝູ່ແມ່ນປະເທດໄທແລ້ວກໍ່ກັມປູເຈ້ຍ ສ່ວນປະເທດລາວບໍ່ມີການຖ້ວມໃດໆ ເພາະວ່າເປັນທີ່ຣາບສູງ
ແຕ່ຕ້ອງມີການຊ່ອຍເຫຼືອກັນຢ່າງແນ່ນອນ ແລະຢາກບອກໃຫ້ຮູ້ວ່າຈັກມື້ກໍ່ຄົງຈະຮອດເວລາທີ່ໂລກຕ້ອງເອາຄືນແລ້ວ
ຫຼັງຈາກທີ່ມະນຸດຄົນແລກຮູ້ຈັກຄຳວ່າອາວຸດໄດ້ກໍ່ເລີ່ມທຳລາຍ ເປັນຄວາມໝາຍໂດຍແທ້ວ່າຍິ່ງສ້າງຫຼາຍກໍ່ຍິ່ງທຳລາຍຫຼາຍ

ໃນຂະນະທີ່ນ້ຳແຂັງຂົ້ວໂລກລະລາຍ ແຕ່ປາກົດວ່າກ໊າດມີເທນລະເຫີຍອອກມາຫໍ່ຫຸ້ມປົກຄຸບຊັ້ນບັນຍາກາດ
ເຮັດໃຫ້ອາກາດລະເຫີຍອອກໄປນອກໂລກເພື່ອລະບາຍຄວາມຮ້ອນບໍ່ໄດ້ ໂລກກໍ່ຖືກຂັງດ້ວຍຄວາມຮ້ອນຢູ່ແບບນີ້ຕໍ່ໄປ
ແລ້ວນ້ຳແຂັງສິບໍ່ລະລາຍ ມັນຄົງຈະເປັນໄປບໍ່ໄດ້ອີກແລ້ວ…
ບັດນີ້ຕໍ່ໃຫ້ທຸກທ່ານຂຸດຫຼຸມລີ້ຢູ່ແກໃດ໋ກໍ່ຄົງຈະໜີບໍ່ພົ້ນ ເຮົາມາສ້າງບັນຍາກາດທີ່ດີໃຫ້ແກ່ໂລກໃບນີ້ໂດຍການປູກຕົ້ນໄມ້ ແຕ່ວ່າຕົ້ນໄມ້ກໍ່
ບໍ່ແມ່ນສິປູກມື້ດຽວແລ້ວເຕີບໃຢ່ໄດ້ທັນທີ…



| S | M | T | W | T | F | S |
|---|---|---|---|---|---|---|
| « Jan | ||||||
| 1 | 2 | 3 | 4 | 5 | 6 | |
| 7 | 8 | 9 | 10 | 11 | 12 | 13 |
| 14 | 15 | 16 | 17 | 18 | 19 | 20 |
| 21 | 22 | 23 | 24 | 25 | 26 | 27 |
| 28 | 29 | 30 | 31 | |||